ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ໄດ້ເປີດກອງປະຊຸມໃຫຍ່ ຂອງຄະນະພັກຮາກຖານ ຄັ້ງທີ IV

ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ໄດ້ເປີດກອງປະຊຸມໃຫຍ່ ຂອງຄະນະພັກຮາກຖານ ຄັ້ງທີ IV ຂື້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ສະຫາຍ ສຈ. ກິດຕິມະສັກ ປະລິນຍາເອກ. ດຣ. ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ ທັງໃຫ້ກຽດເປັນປະທານຊີ້ນຳກອງປະຊຸມ, ສະ ຫາຍ ສຈ. ປອ. ດຣ. ມາຍຟອງ ມາຍຊາຍ ກຳມະການພັກກະຊວງ, ຮອງຫົວໜ້າທີມງານທີ 5 ຂອງກະຊວງ ອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບ, ສະຫາຍ ສຈ. ປອ. ດຣ. ອາກາວ ລີວົງສາ ຄະນະປະຈຳພັກຮາກຖານ, ຮອງອະທິການບໍດີມະຫາວິ ທະຍາໄລ ວິທະຍາສາດສຸຂະພາບ, ມີບັນດາສະຫາຍຈາກຄະນະພັກສົມບູນອ້ອມຂ້າງກະຊວງສາທາລະນະສຸກ, ສະມາຊີກພັກອາ ວຸໂສບຳນານ ແລະ 3 ອົງການຈັດຕັ້ງມະຫາ ຊົນ ທັງໝົດ 170 ສະຫາຍ ໄດ້ເຂົ້າຮ່ວມ. ເພື່ອສະຫຼຸບຕີລາຄາວຽກງານການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງ ຄະນະພັກຮາກຖານ ມະຫາວິທະຍາໄລ ວິ ທະຍາສາດສຸຂະພາບ ໃນຊຸມປີຜ່ານມາ(2019-2024) ແລະ ຜ່ານທິດທາງແຜນການ 5 ປີ ຕໍ່ໜ້າ(2025-2030) ແລະ ໄດ້ຈັດພິທີປ່ອນບັດເລຶອກຕັ້ງຄະນະພັກຮາກຖານຊຸດໃໝ່; ເຊິ່ງມີຜູ້ສະໝັກທັງໝົດ 12 ສະຫາຍ ແລະ ເລຶອກເອົາ 9 ສະຫາຍ ເປັນຄະນະພັກຮາກຖານຊຸດໃໝ່ ມີລາຍຊື່ດັ່ງນີ້. ສະຫາຍ ສຈ. ປອ. ດຣ. ມາຍຟອງ ມາຍຊາຍ ເປັນເລຂາຄະນະພັກຮາກຖານ, ຊີ້ນຳລວມ; ສະຫາຍ ດຣ. ນ. ສຸນັກທາ ສຸວັນລາສີ, ເປັນຮອງເລຂພັກຮາກຖານ ແລະ ເປັນກຳມະການພັກຮາກຖານມີ. ສະຫາຍ ປອ. ສຸລິສັກ ຫຼວງລາດ ຮອງ. ສະຫາຍ ດຣ. ນ. ໂມລິນາ ຈູມມະນີວົງ, ສະຫາຍ ດຣ. ຄຳຫຼ້າ ພົມໄຊຍະລິນຄຳ, ສະຫາຍ ປອ. ດຣ. ອາລົງກອນ ເພັງສະຫວັນ. ສະຫາຍ ດຣ. ນ. ຜາສຸກ ວົງວິຈິດ. ສະຫາຍ ຮສ. ປອ. ດຣ. ຈັນທະວີເສົາ. ສະຫາຍ ຮສ. ປອ. ດຣ. ນາລີ ຄຳອິນຊູ ຫຼັງຈາກນັ້ນ, ສະຫາຍ ສຈ. ປອ. ດຣ. ບຸນແຝງ ພູມມະໄລສິດ ໄດ້ໂອ້ລົມໃຫ້ຄຳຄິດເຫັນບາງບັນຫາ ຂອງທາງຄະນະພັກຮາກຖານຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໃຂ ແລະ ພັດທະນາໃຫ້ດີຂື້ນໂດຍສະເພາະການນຳພາວຽກງານພັກ ພະນັກງາໃຫ້ປອດໄສ ເຂັ້ມແຂງໜັກແໜ້ນ, ຍົກສູງຄວາມສະມັກຄີເປັນເອກະພາບພາຍໃນພັກ ພ້ອມດຽວກັນນີ້ຄະນະພັກຮາກຖານຊຸດໃໝ່ ທຸກສະຫາຍ ຈົ່ງພ້ອມກັນນຳເອົາເນຶ້ອໃນຈິດໃຈ ຂອງກອງປະຊຸມໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.
ໃນວັນທີ 24 ມີນາ 2025, ທີ່ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ
Scroll to Top