ວັນທີ 21 ກຸມພາ 2025 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີປະກາດແຕ່ງຕັ້ງ ພະນັກງານນຳພາ-ຄຸ້ມຄອງ ຂອງກະຊວງສາທາລະນະສຸກ.
ໃນພິທີ ໄດ້ປະກາດການແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຖືກແຕ່ງຕັ້ງໃໝ່ຄື:
* ແຕ່ງຕັ້ງ ທ່ານ ປອ. ດຣ. ມາຍຟອງ ມາຍຊາຍ ເປັນອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ.
ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີຄັ້ງນີ້ ໂດຍ ທ່ານ ສຈ. ປອ ດຣ ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຄະນະພັກກະຊວງ, ຫົວໜ້າ, ຮອງຫົວໜ້າກົມ, ຫ້ອງການ, ຜູ້ອໍານວຍການ, ຮອງຜູ້ອຳນວຍການ ໂຮງໝໍ, ຫົວໜ້າ, ຮອງຫົວໜ້າ ສະຖາບັນ, ສູນ ພ້ອມດ້ວຍ ພະນັກງານ ຫຼັກແຫຼ່ງຂອງກະຊວງສາທາລະນະສຸກກໍ່ໄດ້ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ສຈ. ປອ ດຣ ບຸນແຝງ ພູມມະໄລສິດ ໄດ້ໃຫ້ທິດຊີ້ນຳ ແລະ ມີຄຳເຫັນໃນການປະກາດການຈັດຕັ້ງຄັ້ງນີ້ ເຊິ່ງໄດ້ເນັ້ນໜັກໃຫ້ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ລັດຖະກອນ ໃນຄວາມຮັບຜິດຊອບຂອງຕົນເຂົ້າໃຈ ແລະ ເປັນເອກະພາບໃນການແຕ່ງຕັ້ງຄັ້ງນີ້ ບົນພື້ນຖານ ລະບຽບຫຼັກການ ແລະ ມາດຖານ ດ້ານຕ່າງໆ ທີ່ກໍານົດໄວ້ ແລະ ໃຫ້ພ້ອມຕິດຕາມບັນດາຫາງສຽງ ຫຼື ປະກົດການຕ່າງໆທີ່ອາດມີ ເພື່ອພ້ອມກັນແກ້ໄຂໃຫ້ໄວ, ຮັບປະກັນ ໃຫ້ການປັບປຸງກົງຈັກການຈັດຕັ້ງ ມີຄວາມສະຫງົບ, ວຽກງານມີການພັດທະນາດີຂື້ນ.


