ໃນໄລຍະຜ່ານມາ ມວສ ການສະຫຼຸບ, ຖອດຖອນບົດຮຽນວຽກງານຮ່ວມມື ແລະ ພົວພັນຕ່າງປະເທດ ກັບແຕ່ລະພະແນກການ, ຂະແໜງການ, ຄະນະວິຊາ, ພາກວິຊາ, ໜ່ວຍວິຊາ ເປັນແຕ່ລະໄລຍະ. ເຊິ່ງມີການຮ່ວມມືກັບບັນດາມະຫາວິທະຍາໄລຂອງປະເທດໃນເຂດພາກພື້ນແລະສາກົນຕ່າງໆເຊັ່ນ: ປະເທດຫວຽດນາມ, ຈີນ, ໄທ, ຍີ່ປຸ່ນ, ເກົາຫລີໃຕ້, ຝຣັ່ງ, ອົດສຕຣາລີ… ແລະບັນດາໂຄງການຈໍານວນຫນຶ່ງເຊັ່ນ: Dr. Lee Jong Wook, Pierre Fabre, AOI, Health Frontier, ບັນດາມະຫາວິທະຍາໄລຈາກປະເທດຍີ່ປຸ່ນ ແລະ ຝຣັ່ງ.
ລວມຮູບການຮ່ວມມືກັບສາກົນໃນໄລຍະທີ່ຜ່ານມາ

ພິທີມອບຮັບເຄື່ອງຖ່າຍຮູບພາບການແພດຂອງຄະນະ ທັນຕະແພດສາດ ຈາກມະຫາວິທະຍາໄລນິຮົງປະເທດຍີ່ປຸ່ນ

ການຮ່ວມມືຫລັກສູດຄະນະເພສັຊສາດ ກັບບັນດາມະຫາວິທະຍາໄລຂອງປະເທດໄທ ແລະ ຝຣັ່ງໂດຍສະເພາະແມ່ນ Pierre Fabr

ການເຂົ້າຮ່ວມກອງປະຊຸມວິຊາການຂອງການນໍາ ມວສ ຢູ່ປະເທດມຽນມາ

ພິທີຕ້ອນຮັບເຈົ້າຊາຍ ອາວເຟ

ການຈັດກອງປະຊຸມວິຊາການລຸ່ມແມ່ນໍ້າຂອງສະໜັບສະໜຸນໂດຍ ໂຄງການ FSP

ປະຊຸມຫລັກສູກແພດຊ່ຽວຊານສາຂາສັນລະຍະສາດທ່ານ ດຣ. ດານຽນ ແຈັກ ມາຈາກປະເທດຝຣັ່ງ

ການຢ້ຽມຢາມທັງສອງຝ່າຍລະຫວ່າງຄະນະນໍາ ຂອງມະຫາວິທະຍາໄລ ວິທະຍາສາດສຸຂະພາບ,ແລະມະຫາວິທະຍາໄລ ນິຮົງ, ປະເທດຍີ່ປຸ່ນ

ກອງປະຊຸມພົບປະແລກປ່ຽນລະຫວ່າງນັກສຶກສາ ມວສ ແລະ Internation University Healthcare, ປະເທດຍີ່ປຸ່ນ

ກອງປະຊຸມການສື່ສານດ້ານວິທະຍາສາດຄັ້ງທີ 12 ລະຫວ່າງ ມວສ ແລະ ມະຫາວິທະຍາໄລເຊອູນ, ເກົາຫຼີໃຕ້

Dr Lee Jong Wook Fellowship 2014

ພິທີເປີດຫ້ອງວິເຄາະໂຄຣໂມໂຊມ ທີ່ ໄດ້ຮັບການຊ່ວຍເຫຼືອຈາກໂຄງການ Dr Lee Jong Wook

ຈໍານວນສັນຍາຮ່ວມມືກັບສາກົນ ລວມ 43 ສະບັບ,ແລະ ອີກ 09 ສະບັບກໍາລັງຂໍອະນຸມັດ