
ສະຖາບັນຄົ້ນຄວ້າ ແລະ ພັດທະນາການສຶກສາ
INSTITUTE OF RESEARCH AND EDUCATION DEVELOPMENT
ການສ້າງຕັ້ງ ສຄສ
ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງສະຖາບັນຄົ້ນຄວ້າ ແລະພັດທະນາການສຶກສາ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ:
– ອີງຕາມດຳລັດວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວຂອງກະຊວງສາທາລະນະສຸກ ສະບັບເລກທີ 96/ນຍ ລົງວັນທີ 09 ມີນາ 2017.
– ອີງຕາມ ດຳລັດວ່າດ້ວຍການສຶກສາຊັ້ນສູງ ສະບັບເລກທີ 177/ລບ, ລົງວັນທີ 05 ມິຖຸນາ 2015.
– ອີງຕາມດຳລັດຂອງນາຍຍົດລັດທະມົນຕີ ສະບັບເລກທີ 349/ນຍ, ລົງວັນທີ 16 ພະຈິກ 2017 ວ່າດ່້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ.
ກ່ຽວກັບ ສຄສ ແລະພາລະບົດບາດ:
ສະຖາບັນຄົ້ນຄວ້າ ແລະ ພັດທະນາການສຶກສາ(ເອີ້ນຫຍໍ້ວ່າ “ສຄສ”), ຊື່ພາສາອັງກິດແມ່ນ Institute of Research and Education Development (IRED), ແມ່ນກົງຈັກການຈັດຕັ້ງ ດ້ານວິຊາການໜຶ່ງ ທີ່ສັງກັດໃນໂຄງປະກອບກົງຈັກ ຂອງມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ອະທິການບໍດີ ກ່ຽວກັບວຽກງງານຄົ້ໜຄວ້າວິທະຍາສາດສຸຂະພາບ, ວຽກງານພັດທະນາການສຶກສາ, ວຽກງານຈັນຍາທຳ, ວຽກພັດທະນາຫໍສະໝຸດ, ຂໍ້ມູນຂ່າວສານໄອທີ, ມີບົດບາດສົ່ງເສີມ, ຄຸ້ມຄອງແລະເຮັດການຄົ້ນຄວ້າໃຫ້ຖືກຕ້ອງຕາມຫລັກຈັນຍາທຳແພດ, ມີຄວາມໂປ່ງໃສແລະຮັບປະກັນຄຸນນະພາບຂອງການຄົ້ນຄວ້າແລະການສຶກສາ ແນ່ໃສ່ເພື່ອສົ່ງເສີມສຸຂະພາບ, ປ້ອງກັນພະຍາດ, ປ້ອງກັນພະຍາດແລະພັດທະນາການຮຽນ-ການສອນ ໃຫ້ມີຄວາມກ້າວໜ້າ.

ລາຍລະອຽດເພີ່ມຕື່ມ ເຊີນເຂົ້າຢ້ຽມຊົມເວບໄຊຂອງ ສະຖາບັນຄົ້ນຄວ້າ ແລະ ພັດທະນາການສຶກສາ