ວັນທີ 29 ມັງກອນ 2025 ທີ່ກະຊວງສາທາລະນະສຸກ, ໄດ້ຈັດພິທີປະກາດການນຳຂັ້ນສູງຂອງກະຊວງສາທາລະນະສຸກ ພັກການ-ຮັບອຸດໜູນບຳນານ
ການນຳເຂົ້າຮັບອຸດໜູນທີ່ໄດ້ປະກາດມີ 2 ທ່ານ ຄື: ທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຮສ. ດຣ ບຸນຖົມ ຊາມຸນຕຣີ ອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ,
ໃນພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ສຈ. ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາທ່ານ ຮອງລັດຖະມົນຕີ, ຫ້ອງການ, ກົມ, ສູນ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ສຈ. ປອ ດຣ ບຸນແຝງ ພູມມະໄລສິດ ກໍ່ໄດ້ມີຄຳເຫັນຕໍ່ພິທີ ຊຶ່ງທ່ານໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາການນຳທີ່ໄດ້ ພັກການ-ຮັບອຸດໜູນບຳນານ ທີ່ເຮັດສຳເລັດໜ້າທີ່ຢ່າງສຸດກົກສຸດປາຍ, ຕະຫຼອດໄລຍະຜ່ານມາທີ່ໄດ້ປະກອບສ່ວນອຸທິດທັງເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດທີ່ຖືກມອບໝາຍກາຍເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານລຸ້ນຫຼັງ ໄດ້ສືບຕໍ່ຖອດຖອນເອົາເປັນບົດຮຽນ