ກິດຈະກໍາມອບ-ຮັບເຄື່ອງຊ່ວຍເຫຼືອຈາກຊາວໜຸ່ມ ມວສ ໃຫ້ແກ່ໂຮງຮຽນເຂດຫ່າງໄກສອກຫຼິກພາຍໃນແຂວງວຽງຈັນ

ຊາວໜຸ່ມຮາກຖານ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃຫ້ແກ່ໂຮງຮຽນປະຖົມບ້ານນາລັງ ເມືອງເຟືອງ ແຂວງວຽງຈັນ, ຕາງໜ້າມອບໂດຍ ທ່ານ ຮສ ປອ ດຣ ນິດທິເດດ ສົມສະນິດ ຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ, ເລຂາຊາວໜຸ່ມຮາກຖານ ມວສ ຮັບໂດຍທ່ານ ບົວສີ ວຽງວິໄລ ນາຍບ້ານບ້ານນາລັງ ເຂົ້າຮ່ວມໃນພິທີ ມີ ທ່ານ ດຣ ສົມໃຈ ລາດສະວົງ ຄະນະພັກຮາກຖານ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ຮອງອະທິການບໍດີ ມວສ ພ້ອມດ້ວຍຄະນະພັກຮາກຖານ ມວສ, ຕາງໜ້າໜ່ວຍພັກ ແລະ ໜ່ວຍຊາວຫນຸ່ມ ທັງ 9 ພາກສ່ວນ ຕາງໜ້າອົງການຈັດຕັ້ງກໍາມະບານ-ແມ່ຍິງ ແລະ ສະມາຊິກຊາວໜຸ່ມ ພະນັກງານ-ຄູອາຈານ ມວສ ລວມທັງຫມົດ 68 ສະຫາຍ ແລະ ພໍ່ແມ່ປະຊາຊົນ ຄູອາຈານ ແລະ ນັກຮຽນປະຖົມບ້ານນາລັງຈໍານວນ 95 ຄົນ ກໍໄດ້ເຂົ້າຮ່ວມ, ໃນພິທີຍັງໄດ້ມອບພັດລົມຕິດເພດານຈໍານວນ 10 ຫນ່ວຍ, ກໍ້ສາຍໄຟຟ້າ 70 ແມັດ ຈໍານວນ 1 ກໍ້, ອຸປະກອນການຮຽນເຊັ່ນ: ປື້ມຂຽນ ບິກ ສໍດໍາ, ເຄື່ອງນຸ່ງຮົ່ມຈໍານວນໜຶ່ງ ລວມມູນຄ່າ 32 ລ້ານກີບ. ນອກນັ້ນຍັງມີກິດຈະກໍາການສະແດງສິລະປະຈາກນ້ອງນັກຮຽນ ແລະ ຈາກຊາວຫນຸ່ມ ມວສ, ກິດຈະກໍາໃຫ້ສຸຂະສຶກສາກ່ຽວກັບສຸຂະພາບປາກ ແລະ ແຂ້ວ, ໂພຊະນາການສຸຂະອະນາໄມ, ອັນຕະລາຍຈາກການໃຊ້ສານເສບຕິດເປັນຕົ້ນແມ່ນຢາສູບໄຟຟ້າ, ການຖາມຕອບຄໍາຖາມວິທະຍາສາດ ແລະ ແຈກຢາຍອຸປະການການຮຽນໃຫ້ແກ່ນ້ອງນັກຮຽນ ແລະ ອື່ນໆອີກ.

ຄັ້ງວັນທີ 28 ມີນາ 2025 ທີ່ ບ້ານ ນາລັງ ເມືອງເຟືອງ ແຂວງ ວຽງຈັນ

Scroll to Top