ພິທີເຊັນສັນຍາໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລວິທະຍາສາດສຸຂະພາບ (LAO-15) ກະຊວງສາທາລະນະສຸກ ລະຫວ່າງ ກະຊວງສາທາລະນະສຸກ ແລະ ບໍລິສັດ ILSUNG ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ 2025 ທີ່ໂຮງແຮມຄລາວພລາຊາ ນະຄອນຫຼວງວຽງຈັນ. ນີ້ແມ່ນໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລແຫ່ງທຳອິດຂອງ ສປປ ລາວ ຊຶ່ງໄດ້ຮັບທຶນກູ້ຢືມດອກເບ້ຍຜ່ອນຜັນ ຈາກ ສ.ເກົາຫຼີ ດ້ວຍມູນຄ່າການລົງທຶນ 120 ລ້ານໂດລາສະຫະລັດ, ໃນນີ້ ມີທຶນສົມທົບຂອງລັດຖະບານລາວຈຳນວນ 21 ລ້ານໂດລາ. ຝ່າຍລາວລົງນາມໂດຍ ທ່ານ ສາດສະດາຈານກິດຕິມະສັກ ປະລິນຍາເອກ ດຣ ບຸນແຝງ ພູມມະໄລສິດ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ Mr lEE Sang-Hyun ຜູ້ຕາງໜ້າຈາກບໍລິສັດ ILSUNG ສ.ເກົາຫຼີ. ເຂົ້າຮ່ວມພິທີດັ່ງກ່າວມີທ່ານອະທິການບໍດີ, ບັນດາແຂກຈາກກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງໂຍທາທິການແລະຂົນສົ່ງ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະ ຄະນະຮັບຜິດຊອບໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ຂອງມະຫາວິທະຍາໄລວິທະຍາສາດສຸຂະພາບ ແລະ ກະຊວງສາທາລະນະສຸກ.
ໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລຂະໜາດ 400 ຕຽງ ແມ່ນຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ເຊິ່ງເປົ້າໝາຍນຳໃຊ້ເປັນສະຖານທີ່ໃຫ້ບໍລິການວບົ່ງມະຕິ-ປິ່ນປົວພະຍາດ, ສິດສອນ-ຮ່ຳຮຽນ ເພື່ອຜະລິດບຸກຄະລາກອນສາທາລະນະສຸກທີ່ມີຄຸນນະພາບອອກໄປຮັບໃຊ້ສັງຄົມ ໂດຍຈະສະໜອງໃຫ້ບັນດາສະຖານທີ່ບໍລິການສາທາລະນະສຸກທັງໂຮງໝໍສູນກາງ, ໂຮງໝໍແຂວງ, ໂຮງໝໍເມືອງ, ສຸກສາລາ ແລະ ສະຖານທີ່ບໍລິການຕ່າງໆ ລວມທັງພາກລັດ ແລະ ເອກະຊົນ ທີ່ຢູ່ຕົວເມືອງ ແລະ ຊຸມຊົນເຂດຫ່າງໄກສອກຫຼີກ.
ນອກຈາກນີ້, ໂຮງໝໍດັ່ງກ່າວຍັງເປັນສະຖານທີ່ຝຶກອົບຮົມໃຫ້ກັບພະນັກງານແພດຈາກທ້ອງຖິ່ນລວມທັງການຄົ້ນຄວ້າວິໄຈດ້ານວິຊາການແພດ ແລະ ສາທາລະນະສຸກ ເພື່ອນຳເອົາຂໍ້ມູນ ຫຼັກຖານດ້ານວິທະຍາສາດມາສ້າງເປັນນະໂຍບາຍແນວທາງການບົ່ງມະຕິ, ປິ່ນປົວ ຕະຫຼອດເຖິງການປັບປຸງ ແລະ ພັດທະນາບຸກຄະລາກອນທາງການແພດ ແລະ ສາທາລະນະສຸກໃຫ້ມີຄຸນນະພາບຫຼາຍຂຶ້ນກວ່າເກົ່າ. ໂຄງການດັ່ງກ່າວຍັງຈະໄດ້ສ້າງສູນຝຶກຈຳລອງ Simulation center, ສະໜອງອຸປະກອນການແພດ, ອຸປະກອນການສຶກສາ ແລະ ລະບົບຂໍ້ມູນຂ່າວສານທາງການແພດ ຫຼື health information system (HIS) ຊຶ່ງຖືວ່າເປັນການພັດທະນາພື້ນຖານໂຄງລ່າງດ້ານການແພດຍຸກໃໝ່ທີ່ທັນສະໄໝ ຮັບປະກັນທັງຄຸນນະພາບ, ຄວາມສະດວກວ່ອງໄວ.
ລັກສະນະສະເພາະຂອງໂຄງການນີ້ແມ່ນປະກອບດ້ວຍ ອາຄານການຮຽນຮູ້, ອາຄານໂຮງໝໍທີ່ທັນສະໄໝເຂົ້າເຖິງງ່າຍດາຍ, ປອດໄພເປັນມິດກັບສິ່ງແວດລ້ອມ ເຊິ່ງບັນດາທີ່ປຶກສາຂອງໂຄງການ, ຜູ້ຮັບເໝົາກໍ່ສ້າງ, ຜູ້ສະໜອງອຸປະກອນການແພດ, ອຸປະກອນການສິດສອນທາງການແພດ ແລະ ລະບົບໄອທີຕ່າງໆສ່ວນໃຫຍ່ແມ່ນນຳເຂົ້າຈາກ ສ.ເກົາຫຼີ.
ວັນທີ 19 ມິຖຸນາ 2025 ທີ່ນະຄອນຫຼວງວຽງຈັນ.