ໜ້າຫລັກ | ຂ່າວ | ຕິດຕໍ່ພວກເຮົາ | ເຟສບຸກ
To English
To English
ໜ້າຫຼັກ ຂ່າວ
ຄວາມເປັນມາຂອງ ມວສ
ປະຫວັດຂອງໂຮງຮຽນແພດກ່ອນການສ້າງຕັ້ງ ມວສ
ຮູບຜູ້ອໍານວຍການ, ຄູອາຈານ ແລະ ນັກສຶກສາ ໂຮງຮຽນແພດສາດ ຮູບພາບນັກສຶກສາແພດໃນໄລຍະເປັນ Ecole Royale de Médecine ທ່ານປະທານສຸພານຸວົງ ໄດ້ຢ້ຽມຢາມຫ້ອງທົດລອງພາຍໃນໂຮງຮຽນແພດຊັ້ນກາງ
ແຫ່ງທຳອິດທີ່ເທມເຢັງ, ເມືອງຊໍາເຫນືອ ແຂວງຫົວພັນ ຮູບການຝຶກອົບຮົມຄັ້ງທຳອິດຂອງໂຮງຮຽນແພດຊັ້ນກາງເທມເຢັງ,
ເມືອງຊໍາເຫນືອ,ແຂວງຫົວພັນ(1966). ຮູບການສິດສອນພາກທິດສະດີໂດຍ ທ່ານ ດຣ.ຕານ້ອຍ ສ.ລິດທິລາດ ຮູບນັກສຶກສາແພດລຸ້ນທີ 1 ຮູບພາບນັກສຶກສາແລະອາຈານສອນ ໃນໄລຍະທີ່ນໍາໃຊ້ຫລັກສູດພາສາຝຣັ່ງ ຮູບພິທີມອບໝວກ ພະຍາບານ-ຜະດຸງຄັນ ຮູບພາບການນໍາກະຊວງສາທາລະນະສຸກພ້ອມດ້ວຍຄູອາຈານ
ໂຮງຮຽນວິທະຍາການສາທາລະນະສຸກ ຮູບພິທີມອບ-ຮັບ ຮວສ ເຂົ້າຮ່ວມ ມວສ(2008)
ຮູບກອງປະຊຸມສະພາບໍລິຫານ ມວສ ສະໄໝສາມັນຄັ້ງທີ
ການສ້າງຕັ້ງໂຮງຮຽນແພດ

➤ ໃນປີ 1958 ຢູ່ນະຄອນຫລວງວຽງຈັນໄດ້ສ້າງຕັ້ງໂຮງຮຽນແພດຂຶ້ນເຊິ່ງກໍ່ ສ້າງແພດຊ່ວຍໃນຫລັກສູດອະນຸປະລິນຍາລະບົບ 4 ປີ ແລະ ມີການຈັດຕັ້ງຂຶ້ນກັບກະຊວງສຶກສາກິລາແລະທໍາມະການ. ໃນເວລານັ້ນສາມາດຮັບ ນັກສຶກສາເຂົ້າຮຽນໄດ້ 20-30 ຄົນຕໍ່ ປີ (ເບິ່ງຢູ່ວິຊາການ) ຫລັກສູດແພດທີ່ ນໍາມາສິດສອນແມ່ນໃນລະບົບຂອງຝຣັ່ງ, ອາຈານທີ່ສິດສອນສ່ວນໃຫຍ່ແມ່ນຄົນຝຣັ່ງແລະ ພາສາທີ່ນໍາມາສິດສອນກໍ່ເປັນພາສາຝຣັ່ງ.

➤ ມາຮອດປີ 1966 ໄດ້ຂະຫຍາຍໃຫ້ມີຫລາຍຫລັກສູດຕື່ມເຊັ່ນ: ຫລັກສູດເພສັຊກອນຊ່ວຍ ແລະໃນປີ 1967 ຫລັກສູດທັນຕະແພດຊ່ວຍລະບົບ 4 ປີ ຊຶ່ງມີ ທ່ ານ ດຣ.ເຍນະລາ ຈຸນລະມະນີ ເປັນຜູ້ອໍານວຍການໂຮງຮຽນ ແພດສາດແລະ ທັງເປັນຜູ້ອໍານວຍການໂຮງໝໍມະໂຫສົດ.

➤ ມາຮອດປີ 1966 ໄດ້ປັບປຸງຍົກລະດັບຫລັກສູດໃຫ້ເປັນຫລັກສູດແພດຊັ້ນກາງໂດຍອີງຕາມມະຕິຕົກລົງຂອງ ສູນກາງແນວລາວຮັກຊາດ, ໃນໄລຍະນີ້ຄະນະອໍານວຍການໂຮງຮຽນແມ່ນ ທ່ານ ດຣ.ນາງ ດາວວອນ ວົງສັກແລະ ທ່ານ ນາງ ຈັນຖະໜອມ ມະໂນທັມ ເປັນຮອງ, ທັງສອງທ່ານໄດ້ນໍາພາ ແລະຈັດຕັ້ງການຮຽນ-ການສອນ, ຈໍານວນ ຄູອາຈານ ໄດ້ເພີ່ມຂຶ້ນເພາະມີຫລາຍທ່ານໄດ້ຮຽນຈົບມາຈາກຫວຽດນາມພ້ອມນັ້ນ ກໍ່ໄດ້ຮັບການຊ່ວຍເຫລືອຈາກຊ່ຽວຊານຫວຽດນາມອີກ, ຈຶ່ງສາມາດກໍ່ສ້າງໄດ້ພະນັກງານແພດຈໍານວນຫລາຍຂຶ້ນ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງທະຫານ, ພະນັກງານ, ປະຊາຊົນທີ່ບາດເຈັບແລະປ່ວຍໄຂ້ໃນທ່າມກາງສົງຄາມການຕໍ່ສູ້ປົດປ່ອຍປະເທດຊາດຢ່າງດຸເດືອດ.

➤ ເຂດທີ່ໝັ້ນປະຕີວັດແຂວງຫົວພັນກໍໄດ້ສ້າງຕັ້ງໂຮງຮຽນແພດຂຶ້ນເຊັ່ນດຽວກັນໃນປີ 1963 ຊຶ່ງມີທີ່ຕັ້ງຢູ່ ຖໍ້າອ່ຽງ, ບ້ານເມືອງງາ, ເມືອງວຽງໄຊ ໂດຍໄດ້ລິເລີ້ມສ້າງແພດຊັ້ນຕົ້ນຢູ່ ພາຍໃຕ້ການຄຸ້ມຄອງຂອງພະແນກສາທາ ລະນະສຸກສູນກາງ, ໃນເວລານັ້ນມີພຽງ 8 ທ່ານ ທີ່ ເຮັດວຽກງານຢູ່ພະແນກດັ່ງກ່າວໂດຍການແຕ່ງຕັ້ງຈາກ ທ່ານປະທານສຸພານຸວົງ ແລະ ໄດ້ມອບ ໃຫ້ສອງທ່ານຄື: ທ່ານ ຄໍາມ່ວນ ແລະທ່ານ ນາງ ຈັນຖະໜອມ ມະໂນທັມ ໄປຮັບຜິດຊອບທັງບໍລິຫານໂຮງຮຽນແລະ ສິດສອນໄປພ້ອມ. ຫລັກສູດທີ່ນໍາມາສິດສອນແມ່ນຫລັກສູດເລັ່ງລັດ ລະບົບ 3 ເດືອນແລະອາຈານທີ່ສິດສອນກໍ່ ມີພຽງ 2 ທ່ານເທົ່ານັ້ນ, ແຕ່ເຖິງຢ່າງໃດກໍ່ຕາມ ພວກເພິ່ນຍັງສາມາດ ສ້າງແລະສະໜອງແພດອອກຮັບໃຊ້ໃຫ້ແກ່ແນວໜ້າໄດ້ເປັນຈໍານວນຫລາາຍພໍສົມຄວນ.

➤ ໃນປີ 1968 ໄດ້ປ່ຽນຊື່ໂຮງຮຽນແພດເປັນ Ecole Royale de Médecine ຂື້ນກັບມະຫາວິທະຍາໄລ ສີສະຫວ່າງວົງແລະກໍໄດ້ພັດທະນາຍົກລະດັບຫລັກສູດໃຫ້ສູງຂຶ້ນຕື່ມໂດຍໄດ້ສ້າງຫລັກສູດປະລິນຍາຕີແພດປິ່ນປົວ ທົ່ວໄປລະບົບ 7 ປີອີກ (Doctorat en médecine).

➤ ຈົນມາຮອດປີ 1972 ຈຶ່ງໄດ້ປັບປຸງຫລັກສູດອະນຸປະລິນຍາລະບົບ 4 ປີທຸກຫລັກກສູດມາເປັນລະບົບ 5 ປີ. ໂດຍມີທ່ານ ສຈ.ດຣ. ວັນນະເລດ ຣາຊໂພ ທີ່ຖືກແຕ່ງຕັ້ງເຂົ້າມາເປັນຮອງຜູ້ອໍານວຍການ ໂຮງຮຽນແລະ ທັງເປັນຜູ້ອໍານວຍການໂຮງໝໍມະໂຫສົດ.

➤ ຫລັງຈາກນັ້ນມາພາຍຫລັງສະຖາປະນາ ສປປລາວ ຂຶ້ນ ພັກ-ລັດ ໂຮງຮຽນແພດຖໍ້າອ່ຽງຈຶ່ງໄດ້ຍົກຍ້າຍມາຢູ່ ນະຄອນຫລວງວຽງຈັນໂດຍໂຮມເຂົ້າກັບໂຮງຮຽນພະຍາບານຊັ້ນຫນຶ່ງຢູ່ ພາຍໃຕ້ກະຊວງສາທາລະນະສຸກ ແລະ ມີຊື່ວ່າ ໂຮງຮຽນແພດຊັ້ນກາງວຽງຈັນ. ທັງສອງສະຖາບັນອັນມີມະຫາວິທະຍາໄລແພດ ແລະ ໂຮງຮຽນແພດຊັ້ນກາງວຽງ ຈັນຊຶ່ງຂຶ້ນກັບກະຊວງສາທາລະນະສຸກກໍໄດ້ຕັ້ງໜ້າປະຕິບັດພາລະບົດບາດໜ້າທີ່ຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບເປັນຢ່າງດີ.

➤ ເລີ້ມແຕ່ປີ 1977 ເປັນຕົ້ນມາໂຮງຮຽນແພດສາດໄດ້ຖືກໂອນຍ້າຍຈາກກະຊວງສຶກສາກິລາ ແລະ ທໍາມະການມາ ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງສາທາລະນະສຸກແລະໄດ້ປ່ຽນຊື່ມາເປັນມະຫາວິທະຍາໄລແພດສາດ ຊຶ່ງຍັງ ແມ່ນທ່ານ ດຣ ເຍນະລາ ຈຸນລະມະນີ ພ້ອມຄະນະຊຶ່ງມີ ທ່ານ ສຈ.ດຣ.ບຸນຍົງ ບຸບຜາ ແລະ ທ່ານສຈ.ດຣ. ໂພຄໍາ ພຣະສິດທິເດດ ເປັນຮອງ, ເພື່ອສຶບຕໍ່ນໍາພາດໍາເນີນການຮຽນ-ການສອນບັນດາຫລັກສູດທັງລະດັບອະນຸປະລິນຍາ ແລະ ປະລິນຍາຕີ ເຊິ່ງຕໍ່ມາກໍ່ໄດ້ພັດທະນາບັນດາຫລັກສູດ ອະນຸປະລິນຍາໃຫ້ເປັນລະດັບປະລິນຍາຕີຕື່ມເຊັ່ນຫລັກສູດເພສັຊສາດ ແລະ ຫລັກສູດທັນຕະແພດ.

➤ ມາຮອດປີ 1990 ຈຶ່ງໄດ້ປ່ຽນຊື່ມາເປັນ ມະຫາວິທະຍາໄລວິທະຍາສາດສາທາລະນະສຸກ ຊຶ່ງປະກອບ ດ້ວຍ 3 ຄະນະແລະ 1 ໂຮງຮຽນຄື: ຄະນະແພດສາດ, ຄະນະເພສັຊສາດ, ຄະນະທັນຕະແພດສາດແລະໂຮງຮຽນສາທາລະນະສຸກ. ສໍາລັບໂຮງຮຽນສາທາລະນະສຸກມີຫລັກສູດສໍາລັບຍົກລະດັບໃນໄລຍະສັ້ນດ້ານການຄຸ້ມຄອງສາທາລະນະສຸກໃຫ້ແກ່ ພະນັກງານເທົ່ານັ້ນ. ໃນປີ 1991 ທ່ານ ດຣ.ບຸນກວ້າງ ພິຈິດ ເປັນລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ ທັງເປັນອະທິການບໍດີພ້ອມດ້ວຍຮອງອະທິການບໍດີຄືທ່ານ ດຣ.ສະນີວຸຣັດ ສະຣະມະນີ, ທ່ານ ສຈ.ດຣ.ພຽນເພັນ ພົນເສນາ, ທ່ານ ດຣ.ຄໍາປ່ຽນ ພິລາວົງ, ທ່ານ ກິແກ້ວ ໄຊຍະວົງ ຮັບຜິດຊອບນໍາພາຈັດຕັ້ງການຮຽນ-ການສອນພ້ອມທັງປັບປຸງ ແລະພັດທະນາຫລັກສູດເລື້ອຍໆມາເປັນຕົ້ນທຸກຫລັກສູດແມ່ນໃນລະດັບປະລິນຍາຕີ ແລະ ອາຈານທີ່ ສິດສອນສ່ວນໃຫຍ່ ແມ່ນຄົນລາວ ແລະ ໃຊ້ພາສາລາວສິດສອນມີພຽງຊ່ຽວຊານຈໍານວນໜ້ອຍຫນຶ່ງມາຊ່ວຍສອນບາງຄັ້ງບາງຄາວເທົ່ານັ້ນ.

➤ ມາຮອດປີ 1996 ມະຫາວິທະຍາໄລ ວິທະຍາສາດ ສາທາລະນະສຸກໄດ້ໂຮມເຂົ້າຢູ່ ໃນໂຄງປະກອບຂອງ ມະຫາວິທະຍາໄລແຫ່ງຊາດ, ກາຍເປັນຫນຶ່ງໃນ 10 ຄະນະວິຊາເອີ້ນຊື່ວ່າຄະນະວິທະຍາສາດການແພດ ເຊິ່ງປະກອບ ມີ 3 ພາກວິຊາຄື ແພດສາດ, ເພສັຊສາດ, ທັນຕະແພດ, ມີ 3 ພະແນກ ແລະ 12 ໜ່ວຍງານຊຶ່ງມີ ທ່ານ ສຈ.ດຣ. ນາງ ພຽນເພັນ ພົນເສນາ ຮັກສາການ 1 ປີ ພ້ອມດ້ວຍຄະນະນໍາພາຈັດຕັ້ງການຮຽນ-ການສອນແລະ ມີການພັດທະ ນາຍົກລະດັບຫລັກສູດໃຫ້ມີລະດັບສູງຂຶ້ນຕື່ມ, ຕໍ່ມາໄດ້ມີການແຕ່ງຕັ້ງ ທ່ານ ດຣ. ບຸນໄຊ ທໍວິສຸກ ເປັນຄະນະບໍດີ ພ້ອມດ້ວຍຮອງຄະນະບໍດີຄື ທ່ານ ຮສ.ດຣ.ພູທອນ ສິດທິເດດ, ທ່ານ ຮສ.ດຣ.ສິງ ເມໂນລາດ.

➤ ໃນປີ 1997 ສາມາດສ້າງຫລັກສູດຊ່ຽວຊານເດັກ. ໃນຊ່ວງໄລຍະດັ່ງກ່າວແມ່ນໄລຍະທີ່ ມີຄວາມຈໍາເປັນຕ້ອງ ໄດ້ຍົກລະດັບອາຈານໃຫ້ມີຄຸນນະພາບ ແລະ ມີປະລິມານເພີ້ມຂຶ້ນເພື່ອໃຫ້ສົມຄູ່ກັບການຂະຫຍາຍຕົວຂອງຈໍານວນ ນັກສຶກສາແລະ ລະດັບຂອງຫລັກສູດພ້ອມກັນນີ້ກໍໄດ້ເອົາໃຈໃສ່ ການຄົ້ນຄວ້າວິທະຍາສາດເຊິ່ງແມ່ນອີກໜ້າທີ່ຫນຶ່ງທີ່ ຖືກມອບໝາຍ. ຜ່ານໄລຍະດັ່ງກ່າວນີ້ກໍສາມາດກໍ່ ສ້າງໄດ້ຈໍານວນແພດ, ເພສັຊກອນ, ທັນຕະແພດທັງລະດັບ ປະລິນຍາຕີ, ປະລິນຍາໂທ ແລະ ຊ່ຽວຊານສາຂາວິຊາຕ່າງໆໄດ້ເປັນຈໍານວນຫລາຍສະໜອງໃຫ້ໂຮງໝໍໂຮງງານໃນ ທົ່ວປະເທດເຊິ່ງສາມາດເຮັດໃຫ້ການບໍລິການດ້ານສຸຂະພາບແກ່ ປວງຊົນດີຂຶ້ນເລຶ້ອຍໆ ຄຽງຄູ່ກັບການພັດທະນາຂອງ ປະເທດຊາດ.

➤ ສ່ວນໂຮງຮຽນແພດຊັ້ນກາງວຽງຈັນທີ່ ຍົກຍ້າຍມາຈາກຖໍ້າອ່ຽງເມືອງວຽງໄຊນັ້ນກໍໄດ້ຈັດຕັ້ງ ແລະ ພັດທະນາການ ຮຽນ-ການສອນຢ່າງຕໍ່ເນື່ອງລຽນຕິດໃນແຕ່ລະໄລຍະເຊັ່ນກັນພາຍໃຕ້ການນໍາພາຂອງຫົວໜ້າອໍານວຍການຄືທ່ານ ນາງ ຈັນທະໜອມ ມະໂນທໍາ ພ້ອມດ້ວຍຮອງອໍານວຍການ 3 ທ່ານຄື: ທ່ານ ດຣ. ນາງ ຄໍາປ່ຽນ ພິລາວົງ, ທ່ານ ນາງຄໍາສະຫວັນ, ທ່ານ ຄໍາຫລໍ່ ສີຫາລາດ. ຊຶ່ງໄດ້ນໍາພາຈັດຕັ້ງການຮຽນ-ການສອນພ້ອມທັງພັດທະນາຫລັກສູດໃນແຕ່ລະ ໄລຍະຄື: ແຕ່ປີ 1975-1980 ປະກອບມີ 7 ຫລັກສູດ ທັງລະດັບຊັ້ນກາງແລະຊັ້ນຕົ້ນຄື: ແພດຊັ້ນກາງ, ກາຍຍະ ບໍາບັດຊັ້ນກາງ,ຊ່າງອົງຄະທຽມຊັ້ນກາງ, ພະຍາບານຊັ້ນກາງ, ວິເຄາະຊັ້ນກາງ, ວິເຄາະຊັ້ນຕົ້ນ ແລະ ການຢາຊັ້ນຕົ້ນ.

➤ ຕໍ່ ມາໃນປີ 1981-1985 ໄດ້ຢຸດເຊົາຫລັກສູດຊັ້ນຕົ້ນ ຈັດຕັ້ງການຮຽນ-ການສອນພຽງແຕ່ລະດັບຊັ້ນກາງ ໃນ ປີ 1986 ໄດ້ຂະຫຍາຍເພີ້ມມີ 2 ຫລັກສູດຕື່ມຄື: ການຢາຊັ້ນກາງ ແລະ ຄຸ້ມຄອງອະນາໄມຊັ້ນກາງ ແລະ ໄດ້ປ່ຽນຊື່ ໂຮງຮຽນແພດຊັ້ນກາງວຽງຈັນເປັນໂຮງຮຽນວິທະຍາການສາທາລະນະສຸກ ໂດຍພາຍໃຕ້ການເປັນອໍານວຍການຂອງ ທ່ານ ນາງ ຈັນຖະໜອມ ມະໂນທໍາ ພ້ອມດ້ວຍຮອງອໍານວຍການ 3 ທ່ ານຄື: ທ່ານ ດຣ. ຕານ້ອຍ ສະລິດທິລາດ, ທ່ານ ຂັນອຸເທນ ວົງສີປະສົງ ແລະ ທ່ານ ດຣ. ອ່ ອນສີ ພົມມະລາດ. ປີ 1992 ໄດ້ຢຸດເຊົາຫລັກສູດແພດຊັ້ນກາງ ແຕ່ ໄດ້ສ້າງຫລັກສູດພະຍາບານຜະດຸງຄັນຂຶ້ນຕື່ມ, ປີ 1994 ໄດ້ຢຸດເຊົາຫລັກສູດຊ່າງອົງຄະທຽມຊັ້ນກາງ

➤ ໃນຊ່ວງໄລຍະແຕ່ ປີ 1997-2003 ໂຮງຮຽນວິທະຍາການສາທາລະນະສຸກແມ່ນນໍາພາໂດຍຫົວໜ້າອໍາ ນວຍການຄື ທ່ານ ດຣ ຕານ້ອຍ ສະລິດທິລາດ ພ້ອມດ້ວຍຮອງອໍານວຍການ 3 ທ່ານຄື: ທ່ານ ດຣ. ນາງ ສົມຈິດ ບຸບຜາ, ທ່ານ ດຣ. ນາງ ສຸພາລີນ ອິນທະລາດ, ທ່ານ ດຣ. ນາງ ຈັນແຮມ ຊົງນາວົງ, ໄດ້ນໍາພາຈັດຕັ້ງການຮຽນການ ສອນ ແລະ ພັດທະນາຍົກລະດັບຫລັກສູດໃຫ້ສູງຂຶ້ນເຊັ່ນ: ປີ 2000 ໄດ້ພັດທະນາຍົກລະດັບຫລັກສູດໂດຍໄດ້ສ້າງ ຫລັກສູດລະດັບປະລິນຍາຕີລະບົບຕໍ່ເນື່ອງຕື່ມອີກ 2 ຫລັກສູດຄື: ພະຍາບານ ແລະ ວິເຄາະການແພດ, ພ້ອມນີ້ກໍຍັງ ໄດ້ສ້າງຫລັກສູດເຕັກນິກລັງສີຊັ້ນກາງນໍາອີກ. ປີ 2003-2008 ສືບຕໍ່ ຈັດຕັ້ງການຮຽນ-ການສອນພາຍໃຕ້ການນໍາພາ ຂອງທ່ ານ ດຣ. ຕານ້ອຍ ສະລິດທິລາດ ແລະ ຮອງ 3 ທ່ານຄື: ທ່ານ ດຣ. ນາງ ສົມຈິດ ບຸບຜາ, ດຣ. ນາງ ຈັນແຮມ ຊົງນາວົງ ແລະ ດຣ. ນາງ ດວງຈັນ ອຸ່ນນະຣາດ.

ການສ້າງຕັ້ງ ມວສ

➤ ເພື່ອໃຫ້ຕອບສະໜອງໄດ້ຕາມສະພາບຄວາມຮຽກຮ້ອງຕ້ອງການຂອງວຽກງານສາທາລະນະສຸກໃນຍຸກປັດຈຸບັນ ມາຮອດປີ 2008 ອີງຕາມດໍາລັດນາຍົກລັດຖະມົນຕີເລກທີ່ 155/ນຍ ລົງວັນທີ່ 3 ເດືອນກັນຍາປີ 2008 ວ່າດ້ວຍ ການໂຮມເອົາສອງພາກສ່ວນຄື ຄະນະວິທະຍາສາດການແພດ ແລະ ໂຮງຮຽນວິທະຍາການສາທາລະນະສຸກໃຫ້ເປັນ ມະວິທະຍາໄລ ວິທະຍາສາດ ສຸຂະພາບ ພາຍໃຕ້ການຄຸ້ມຄອງຂອງກະຊວງສາທາລະນະສຸກ.

➤ ມວສ ເປັນຫນຶ່ງໃນຫ້າມະຫາວິທະຍາໄລທີ່ມີຢູ່ໃນ ສປປລາວ ແລະ ກໍເປັນແຫ່ງດຽວທີ່ມີພາລະບົດບາດຕົ້ນຕໍໃນການສ້າງຊັບພະຍາກອນມະນຸດ ປິ່ນປົວເພື່ອສຸຂະພາບ ໃນຂະແຫນງວິຊາຕ່າງໆ ໃນລະດັບຊັ້ນອະນຸປະລິນຍາ, ປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ. ຊ່ຽວຊານຂັ້ນ I ແລະ ຊ່ຽວຊານຂັ້ນ II ໂດຍສະ ຫນອງຄວາມຕ້ອງການໃຫ້ແກ່ສັງຄົມ ແລະເປັນສະຖາບັນຫນຶ່ງທີ່ສັງກັດຢູ່ໃນໂຄງປະກອບ ກົງຈັກຂອງກະຊວງສາທາລະນະສຸກ.

➤ ປີ 2009-2011 ນໍາພາໂດຍ ທ່ານ ຮສ.ດຣ.ສົມອົກ ກິ່ງສະດາ ເປັນອະທິການບໍດີພ້ອມດ້ວຍ ຮອງອະທິການບໍດີຄື ທ່ານ ຮສ.ດຣ. ສົມຈິດ ບຸບຜາ, ທ່ານ ຮສ.ດຣ. ບົວວັນ ແສນສະຖິດ, ທ່ານ ຮສ.ດຣ.ສິງ ເມໂນລາດ, ທ່ານ ດຣ. ອາລຸນຍະເດດ ສິດທິພັນ.

➤ ປັດຈຸບັນແມ່ນທ່ານ ຮສ. ດຣ. ສົມຈິດ ບຸບຜາ ເປັນອະທິການບໍດີເຊິ່ງມີຮອງອະທິການບໍດີຄື ທ່ານ ຮສ. ດຣ. ບົວວັນ ແສນສະຖິດ, ທ່ານ ດຣ. ອາລຸນຍະເດດ ສິດທິພັນ, ທ່ານ ຮສ. ດຣ.ວັນລ່ຽມ ບົວຣະວົງ, ທ່ານ ດຣ. ພູທອນ ວັງກອນວິໄລ ຊີ້ນໍານໍາພາຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ແລະ ໜ້າທີ່ ຂອງມະຫາວິທະຍາໄລ.