1 ໃຫ້ກະກຽມເອກະສານ (ຄະແນນສະເລ່ຍ ມໍ5, ມໍ6, ມໍ7, ໃບປະກາດຈົບມໍປາຍ ຫຼື ບັດເຂົ້າຫ້ອງສອບເສັງ ມໍ7, ຮູບສີ 3X4) ເພື່ອປະກອບໃນແບບຟອມອອນລາຍ
2 ຜູ້ສະໝັກສອບເສັງຕ້ອງໄດ້ຈ່າຍຄ່າລົງທະບຽນສອບເສັງ ຈໍານວນ 60,000 ກີບ ຜ່ານຄີວອາໂຄດ. (ແຄັບຫຼັກຖານການໂອນໄວ້ ເພື່ອອັບໂຫຼດໃນຟອມລົງທະບຽນ).
3 ປະກອບຂໍ້ມູນໃຫ້ຖຶກຕ້ອງຕາມປຸຸ່ມ ເຂົ້າສູ່ແບບຟອມ.
4 ພາຍຫຼັງລົງທະບຽນອອນລາຍສໍາເລັດແລ້ວໃຫ້ນໍາລະຫັດ 04 ຕົວເລກ ພ້ອມດ້ວຍ ຮູບ ພື້ນສີຂາວ ຫຼື ຟ້າ
ຂະໜາດ 3X4 ຈໍານວນ 02 ໃບ, ໃບປະກາດຈົບ ມໍ7 (ຫຼື ບັດເຂົ້າຫ້ອງສອບເສັງ ຈົບ ມໍ7 ສໍາລັບນັກຮຽນທີ່ຈົບໃນສົກ 2024-2025) ສະບັບແທ້ມາຢັ້ງຢືນຮັບບັດເຂົ້າຫ້ອງສອບເສັງ ທີ່ ມວສ ບໍ່ໃຫ້ກາຍວັນທີ 05/ 08/ 2025.
ໝາຍເຫດ: ກໍລະນີລົງທະບຽນບໍ່ສໍາເລັດສາມາດເຂົ້າມາລົງທະບຽນໄດ້ທີ່ ຫ້ອງການວິຊາການ ມວສ ໂທ: 021 255464 ຕິດຕໍ່ໃນໂມງລັດຖະການ.