ກອງປະຊຸມຜ່ານຮ່າງວ່າດ້ວຍການປັບປຸງການຈັດຕັ້ງ ແລະ ເຄື່ອນໄຫວ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ແລະ ບົດວິພາກສະເໜີ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ເປັນ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ແຫ່ງຊາດ

  

   

ກອງປະຊຸມ ປຶກສາຫາລື ການປັບປຸງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງມະຫາວິທະຍາໄລ ວິທະຍາສາດສຸຂະພາບ ( ມວສ ) ມະຫາວິທະຍາໄລ ວິທະຍາສາດສຸຂະພາບ

ກອງປະຊຸມໄດ້ຈັດຂື້ນ ວັນທີ 05 ພຶດສະພາ 2026 ທີ່ກະຊວງສາທາລະນະສຸກ ໂດຍການເປັນປະທານ ນາງ ໃບຄໍາ ຂັດທິຍະ ກຳມະການສູນການພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງສາທາລະນະສຸກ ເຊິ່ງມີແຂກສຳຄັນຜູ້ເຂົ້າຮ່ວມກອງປະຊຸມ: ຄະນະພັກກະຊວງ, ອາດີດການນຳ ກະຊວງສາທາລະນະສຸກ, ຜູ້ຊົງຄຸນວຸດທິ, ກະຊວງສຶກສາທິການ ແລະ ກິລາ (ກົມການສຶກສາຊັ້ນສູງ, ສະພາວິທະຍາສາດແຫ່ງຊາດ), ມະຫາວິທະຍາໄລແຫ່ງຊາດ, ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ, ບັນດາກົມມະຫາພາກ, ສະພາມະຫາວິທະຍາໄລ ແລະ ການນຳ ມວສ( ຄະນະອຳນວຍການ, ຫົວໜ້າ/ຮອງ ຫ້ອງການ, ສະຖາບັນຄົ້ນຄ້ວາ ແລະ ພັດທະນາການສຶກສາ ແລະ 6 ຄະນະວິຊາ) ເຂົ້າຮ່ວມ ລວມທັງໝົດ 51 ທ່ານ ເປັນຍິງ 17 ທ່ານ.

ກອງປະຊຸມໄດ້ຮັບຟັງ ທ່ານ ສຈ.ປອ. ດຣ. ມາຍຟອງ ມາຍຊາຍ ອຳນວຍການໃຫຍ່ (ອະທິການບໍດີ) ມວສ ນຳສະເໜີ ຮ່າງດຳລັດວ່າດ້ວຍການຈັດຕັ້ງ-ການເຄື່ອນໄຫວ ຂອງມະຫາວິທະຍາໄລ ວິທະຍາສາດສຸຂະພາບ ແລະ ບົດວິພາກເພື່ອສະເໜີຍົກລະດັບ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ເປັນ ມະຫາວິທະຍາໄລ ວິທະຍາສາດສຸຂະພາບແຫ່ງຊາດ ຕິດຕາມດ້ວຍການປະກອບຄຳເຫັນຈາກແຂກກິດຕິມະສັກ, ຜູ້ຊົງຄຸນວຸດທິ, ອາດີດການນຳກະຊວງ ແລະ ການນຳກະຊວງ ຕົວແທນຈາກກົມມະຫາພາກ ແລະ ໂຮງໝໍສູນກາງ ອ້ອມຂ້າງກະຊວງສາທາລະນະສຸກ ເຊິ່ງການປະກອບຄຳເຫັນໂດຍລວມແມ່ນເຫັນດີນຳສະເໜີຕໍ່ລັດຖະບານເພື່ອພິຈາລະນາການຂໍຍົກລະດັບ ມວສ ເປັນ ມວສ ແຫ່ງຊາດ.

Scroll to Top