ລາຍການແຜນຍຸດທະສາດເພື່ອການພັດທະນາຂອງ ມວສ ມີລາຍລະອຽດດັ່ງລຸ່ມນີ້:
- ປັບປຸງໂຄງປະກອບການຈັດຕັ້ງ ແລະ ພາລະບົດບາດຂອງ ມວສ ຄືນໃໝ່.
- ປັບປຸງສະພາຕ່າງໆຂອງມະຫາວິທະຍາໄລ ແລະ ມີການເຄື່ອນໃຫວເປັນປົກກະຕິ.
- ມີໂຮງໝໍຕົວແບບທາງດ້ານການສິດສອນ ແລະ ຝືກປະຕິບັດຕົວຈິງທາງດ້ານຄລີນິກ.
- ມີລະບຽບການຄັດເລືອກແລະຮັບນັກສືກສາເຂົ້າຮຽນຢ່າງຈະແຈ້ງຊັດເຈນ.
- ມວສ ຕ້ອງບັນລຸຕາມມາດຕະຖານຄຸນນະພາບ(QA)ຂອງກະຊວງສຶກສາທີການແລະກິລາ ແລະ
ກະຊວງສາທາລະນະສຸກ.
- ນັກສືກສາທີ່ ຈົບຈາກ ມວສ ມີຄຸນນະພາບ ໃຫ້ການບໍລິການແກ່ສັງຄົມໄດ້ເປັນຢ່າງດີ ແລະ ສາມາດ
ເຂົ້າສູ່ຂົງເຂດພາກພື້ນ ແລະ ສາກົນ.
- ມີຫລັກກສູດທີ່ໄດ້ມາດຕະຖານໃນຂົງເຂດແລະສາກົນຕາມຄວາມຕ້ອງການດ້ານສຸຂະພາບຂອງ
ປະຊາຊົນ(ມີທຸກສາຂາວິຊາຊີບ, ລະດັບວຸດທິ).
- ສໍາເລັດການສ້າງມະຫາວິທະຍາໄລຫລັງໃໝ່ (ຕຶກອາຄານບໍລິຫານ ແລະ ການປົກຄອງ, ຕຶກຄະນະ
ວິຊາຕ່າງໆ, ສູນພັດທະນາການສຶກສາແລະການຄົ້ນຄ້ວາວິທະຍາສາດ, ສູນການຮຽນຮູ້ ແລະອື່ນໆ).
- ດໍາເນີນການກໍ່ສ້າງໂຮງໝໍ ມະຫາວິທະຍາໄລຫລັງໃໝ່ຢູ່ດົງໂພສີ.
- ມີອາຈານສອນຢ່າງພຽງພໍທາງດ້ານຈໍານວນ ແລະມີຄຸນວຸດທິເໝາະສົມກັບແຕ່ລະຫຼັກສູດ.
- ມີຫ້ອງພາກສະແດງ, ຫ້ອງສາທິດ, ຫ້ອງທົດລອງ ແລະ ຫ້ອງຝືກທັກສະຢ່າງພຽງພໍ.
- ມວສ ມີສີ່ງອໍານວຍຄວາມສະດວກໃຫ້ແກ່ຊິວິດການເປັນຢູ່ ແລະ ສະຫວັດດີການຂອງຄູອາຈານ
ແລະນັກສືກສາ (ມີຫໍພັກ,ຫໍອາຫານ, ສະຖານທີ່ ພັກຜ່ອນ ແລະ ສູນອອກກໍາລັງກາຍ ສະໜາມ
ກິລາ ແລະ ສີ່ງອໍານວຍຄວາມສະດວກຕ່າງໆ).
- ສໍາເລັດການສ້າງຕັ້ງສູນ ICT ແລະ ຕິດຕັ້ງ ລະບົບ WIFI ຄວາມໄວສູງ.
- ມີລະບົບການປະກັນຄຸນນະພາບພາຍໃນ ແລະ ພາຍນອກ.
- ມີທີມງານຄົ້ນຄ້ວາວິທະຍາສາດຄົບທຸກສາຂາວິຊາ.