ໜ້າຫລັກ | ຂ່າວ | ຕິດຕໍ່ພວກເຮົາ | ເຟສບຸກ
To English
To English
ໜ້າຫຼັກ ຂ່າວ
  • ສະຖາບັນຄົ້ນຄວ້າ ແລະ ພັດທະນາການສຶກສາ
  • INSTITUTE OF RESEARCH AND EDUCATION DEVELOPMENT
  • ການສ້າງຕັ້ງ ສຄສ
              ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງສະຖາບັນຄົ້ນຄວ້າ ແລະພັດທະນາການສຶກສາ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ:
    - ອີງຕາມດຳລັດວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວຂອງກະຊວງສາທາລະນະສຸກ ສະບັບເລກທີ 96/ນຍ ລົງວັນທີ 09 ມີນາ 2017.
    - ອີງຕາມ ດຳລັດວ່າດ້ວຍການສຶກສາຊັ້ນສູງ ສະບັບເລກທີ 177/ລບ, ລົງວັນທີ 05 ມິຖຸນາ 2015.
    - ອີງຕາມດຳລັດຂອງນາຍຍົດລັດທະມົນຕີ ສະບັບເລກທີ 349/ນຍ, ລົງວັນທີ 16 ພະຈິກ 2017 ວ່າດ່້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ.

    ກ່ຽວກັບ ສຄສ ແລະພາລະບົດບາດ:
              ສະຖາບັນຄົ້ນຄວ້າ ແລະ ພັດທະນາການສຶກສາ(ເອີ້ນຫຍໍ້ວ່າ “ສຄສ”), ຊື່ພາສາອັງກິດແມ່ນ Institute of Research and Education Development (IRED), ແມ່ນກົງຈັກການຈັດຕັ້ງ ດ້ານວິຊາການໜຶ່ງ ທີ່ສັງກັດໃນໂຄງປະກອບກົງຈັກ ຂອງມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ອະທິການບໍດີ ກ່ຽວກັບວຽກງງານຄົ້ໜຄວ້າວິທະຍາສາດສຸຂະພາບ, ວຽກງານພັດທະນາການສຶກສາ, ວຽກງານຈັນຍາທຳ, ວຽກພັດທະນາຫໍສະໝຸດ, ຂໍ້ມູນຂ່າວສານໄອທີ, ມີບົດບາດສົ່ງເສີມ, ຄຸ້ມຄອງແລະເຮັດການຄົ້ນຄວ້າໃຫ້ຖືກຕ້ອງຕາມຫລັກຈັນຍາທຳແພດ, ມີຄວາມໂປ່ງໃສແລະຮັບປະກັນຄຸນນະພາບຂອງການຄົ້ນຄວ້າແລະການສຶກສາ ແນ່ໃສ່ເພື່ອສົ່ງເສີມສຸຂະພາບ, ປ້ອງກັນພະຍາດ, ປ້ອງກັນພະຍາດແລະພັດທະນາການຮຽນ-ການສອນ ໃຫ້ມີຄວາມກ້າວໜ້າ.
  • LINK > WEBSITE> For click>
  • ired.uhs.edu.la